Training Seminar in Savannaket

By daosamlong on November 28, 2012

Training Seminar in Savannaket

ການຈັດຕັ້ງການຝຶກອົບຮົມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ.ຈັດ ຢູ່ຫ້ອງປະຊຸມຂອງຫ້ອງການວ່າການແຂວງສະຫວັນນະເຂດ  ລະຫ່ວາງວັນທີ

27-28 ພະຈິກ 2012.

ໂດຍເປັນປະທ່ານ ຮ່ວມຂອງ ທ່ານ ນ . ສີໄຄ ສໍສີລິບຸນມາ ຮອງຫົວໜ້າກົມແຜນທີ່ ແຫ່ງຊາດ ທັງເປັນປະທານການຈັດຕັ້ງຝຶກອົບຮົມ ແລະ  ທ່ານ ບັງລິດ ຄໍາລຽງຈັນທິລາດ ຫົວໜ້າພະແນກພາຍໃນຂອງ ແຂວງສະຫວັນນະເຂດ

 

ເຊີ່ງຜູ້ເຂົ້າຮ່ວມ ລວມມີ ພາກລັດຖະບານ 14 ພາກສ່ວນລວມມີ 33 ທ່ານ ຄື :

  1. ພະແນກກະສິກຳປະຈຳແຂວງສະຫວັນນະເຂດ
  2. ຂະແໜງທີ່ດິນ
  3. ພະແນກ ພາຍໃນຂອງແຂວງສະຫວັນນະເຂດ 3 ທ່ານ
  4. ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ( ຂະແໜງບໍ່ແຮ່)
  5. ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ
  6. ຂະແໜງນໍ້າປະປາແຂວງສະຫວັນນະເຂດ
  7. ພະແນກ ສາທາລະນະສຸກ ແຂວງສະຫວັນນະເຂດ
  8. ຫ້ອງວ່າການແຂວງສະຫວັນນະເຂດ
  9. ພະແນກ ແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ
  10. ອົງການການພັດທະນາຕົວເມືອງໄກສອນ ແຂວງສະຫວັນນະເຂດ(UDAA)
  11. ພະແນກ ພາຍໃນເມືອງ ໄກສອນ ແຂວງສະຫວັນນະເຂດ
  12. ຜູ້ຕາງໜ້າ ຈາກແຂວງສາລະວັນ (2)
  13. ຜູ້ຕາງໜ້າ ຈາກແຂວງ ຄຳມ່ວນ(2)

ແລະ ພາກທີ່ບໍ່ຂື້ນກັບລັດຖະບານ ຫຼື NGO (ຈໍານວນ4 ອົງການ)

 

ການຈັດຕັ້ງການຝຶກອົບຮົມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສິນຄ້າຜະລິດຕະພັນ ແລະ ການບໍລິການຕ່າງໆຂອງກົມແຜນທີ່ແຫ່ງຊາດ. ແລະ ຍັງເປັນຈຸດເລີ່ມທີ່ດີໃນການປະສານງານທີ່ດີຂື້ນລະຫ່ວາງຫ້ອງການສູນກາງ ແລະ ຫ້ອງການທ້ອງຖິ່ນ. ການຈັດການຝຶກອົບຮົມສຳມະນາແມ່ນຈະມີ ການແນະນຳກ່ຽວກັບກົມແຜນທີ່ແຫ່ງຊາດ ໂດຍທົ່ວໄປ, ຜະລິດຕະພັນຂອງ ກົມແຜນທີ່ແຫ່ງຊາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ເວັບໄຊ, ວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ICT.ການຈັດຕັ້ງການຝຶກອົບຮົມສຳມະນາ ລວມມີການເຮັດບົດນຳສະເໜີ ແລະ ການຝຶກອົບຮົມໃນການປະຕິບັດຕົວຈິງໃນການນຳໃຊ້ Geospatial Data ທີ່ສະໜອງໃຫ້ໂດຍກົມແຜນທີ່ແຫ່ງຊາດ. ພ້ອມຍັງຈະໄດ້ມີການແນະນຳ ການບໍລິການຕ່າງໆ ກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ ແລະ ສ້າງແຜນທີ່ໃນຂອບເຂດທົ່ວປະເທດ.

Comments are closed.